ຂໍ້ມູນ ແລະ ການຈອງຫ້ອງພັກ

 ຂໍ້ມູນຫ້ອງພັກ
=> ຕຶກບັງກາໂລ ຂອງພວກເຮົາ <= 
     ໂຮມເເຮມນໍ້າງຶ່ມບີດສ ລີສອດ ມີຫ້ອງພັກ23ຫ້ອງພັກ ເຊີ່ງແຕ່ຫ້ອງເປັນບັງກະໂລ ໂດຍແຕ່ລະຫ້ອງຈະມີການຕົບແຕ່ງທີ່ເເຕກຕ່າງກັນ ແລະ ທ່ານຍັງສາມາດເເນມເຫັນທະເລສາບທີ່ຈະເຮັດໃຫ້ທ່ານມີມູມມອງທີ່່ງົດງາມໄປກັບສະພາບເເວດລ້ອມຈາກລະບຽງສ່ວນຕັວຂອງທ່ານ. ການຕົກເເຕ່ງພາຍໃນຂອງຫ້ອງພັກພ້ອມທີ່ຈະໃຫ້ຄວາມສະດວກສະບາຍທຸກຮູບເເບບທີ່ຈຳເປັນ, ທັນສະໄໝ ເເລະ ເໝາະກັບການເຮັດວຽກ.ບັງກາໂລເເຕ່ລະຫຼັງໄດ້ຕິດຕັ້ງເຄື່ອງປັບອຸນຫະພູມອາກາດ, ມີທີວີໂທລະພາບ, ອິນເຕີເນັດຟຮີ, ມິນິບາ, ຮັກສາຄວາມປອດໄພ , ຕູ້ເຊບຟ ແລະ ຮັກສາຄວາມປອດໄພເປັນຢ່າງດີ.  
=> ບັງກາໂລ ຊຸບພີ່ເລຍ<=
   13 ບັງກາໂລ ຊຸບພີ່ເລຍ : 27m2 + ລະບຽງ 21m2Deluxe 2_opt.jpg ເຊີ່ງວ່າຫ້ອງພັກທຸກຫ້ອງສາມາດເເນມເຫັນວິວຂອງທະເລສາບ ເເລະ ສະລອຍນ້ຳ. ພວກເຮົາຍັງລວມຄວາມທັນສະໄໝ ເເລະ ຄວາມສະດວກສະບາຍໃນສະພາບເເວດລ້ອມທີ່ໃຫ້ຕົວທ່ານໄປຜ່ອນຄາຍ. ທີ່ໜ້າຕ່າງປະຕູບານໃຫຍ່ເຮົາຈະເນັ້ນໃຫ້ເປັນຈຸດຮັບເເສງສະຫວ່າງຈາກພາຍນອກ ໂດຍສະເພາະ ແສງຕາເວັນໃນຕອນເຊົ້າ ໃຫ້ໄດ້ຫຼາຍທີ່ສຸດໃນຫ້ອງພັກທ່ານຈະເບິ່ງເຫັນມຸມມອງທີ່ງົດງາມໃນຍາມທີ່ທ່ານຕື່ນນອນ. 
=> ຫ້ອງບັງກາໂລ ດີລັກວິວຊາຍຫາດ <=
   8 ຫ້ອງບັງກາໂລ ດີລັກວິວຊາຍຫາດ : 28m2 + ລະບຽງ 21m2 ແລະ ຫ້ອງພັກທັງໝົດພວກເຮົາໄດ້ຕອບສະໜອງຕາມຄວາມຕ້ອງການ, ມອບຄວາມສະງົບໃຫ້ທ່ານ ແລະ ການບໍລິການໃນສະຖານທີ່່ ເເລະ ທ່ານຍັງສາມາດເຂົ້າໄປສຳພັດຫາດຊາຍໂດຍຕົວທ່ານເອງ. ຫ້ອງພັກມີຂະໜາດກວ້າງຂວາງອາກາດເຢັນ ເເລະ ສະດວກສະບາຍໃນການນັ່ງຜ່ອນຄາຍ. ຫ້ອງພັກດີລັກຍັງມີລະບຽງທີ່ໃຫ້ທ່ານນັ່ງເພີດເພີນກັບເຄື່ອງດື່ມໃນຕອນເເລງໄປພ້ອມກັບການຊົມວິວຕາເວັນຕົກດິນຢູ່ເທີ່ງທະເລສາບ.
=> ຫ້ອງບັງກາໂລ ສູດ-ສາລາ <=

  2 ຫ້ອງບັງກາໂລ ສູດ-ສາລາ : 34m2 + ລະບຽງ 40m2 2 ຫ້ອງສູດມີການຈັດການອອກເເບບຕົກເເຕ່ງເປັນພິເສດ, ລະບຽງຫ້ອງເປັນທີ່່ກວ້າງຂວາງ ເເລະ ສາມາດເບິ່ງເຫັນວິວນໍ້າງຶ່ມໄດ້ຢ່າງຊັດເຈນ.
   ການອອກເເບບຕົກເເຕ່ງພາຍໃນຫ້ອງສູດທີ່ທັນສະໄໝ,ມີໂຊຟາພັບຂະໜາດນ້ອຍສຳລັບນອນພັກຜ່ອນໄດ້4ຄົນ. ທີ່ດ້ານຫຼັງຂອງຫ້ອງນອນ, ມີຫ້ອງນໍ້າເເບບເປີດໂລ່ງໄປຫາສວນຂະໜາດນ້ອຍໃນນັ້ນທ່ານຍັງສາມາດຢືນໄດ້



ການສັ່ງຈອງຫ້ອງພັກ
    ທ່ານສາມາດຈອງຫ້ອງພັກທີ່ທ່ານຕ້ອງການໄດ້ ໂດຍການປະກອບຂໍ້ມູນຂອງທ່ານລົງໃນແບບຟອມໃນລີ້ງທີ່ໃຫ້ໄວ້ລຸ່ມນີ້
ແບບຟອມການຈອງຫ້ອງພັກຂອງ ຣີສອດ ຊ່ອງທຸຍຣີ ທີ່ນໍ້າງື່ມ ບິດສ໌ 

No comments:

Post a Comment