=> ກິດຈະກໍາການຂີ່ເຈັດສະກີ <=
ຄົ້ນພົບ ການຂີ່ ເຈດສະກີ ທີ່ວັງວຽງ ສໍາລັບ ວັນພັກ ຂອງທ່ານ!
ພວກເຮົາມີບໍລິການໃຫ້ທ່ານເຊົ່າ ເຈດສະກີ ຫຼາຍເຄື່ອງ ແລະ ເຊົ່າເປັນເວລາ ແຕ່ 20 ນາທີ ຫຼື 1 ຊົ່ວໂມງ.
ສໍາລັບຄວາມສຸກສຳລານ ຄວາມເບີກບານມ່ວນຊື່ນ ຂອງທ່ານ, ພວກຂ້າພະເຈົ້າໄດ້ມອບ ເຈດສະກີ ລຸ້ນໄໝ່ລ່າສຸດໃຫ້ແກ່ທ່ານ ແລະ ຈະພາທ່ານໄປຕາມລ້ອງຂອງທະເລສາບນໍ້າງື່ມ ເຊິ່ງມັນຈະປະສານຢ່າງກົມກຽວ ລະຫວ່າງ ຄວາມສະນຸກຂົບຂັນ ແລະ ການຄົ້ນຫາປະສົບການໄໝ່ຂອງທ່ານໃນການໄດ້ເຫັນ ທີວທັດ ທີ່ສວຍສົດງົດງາມ ດິນແດນສະຫວັນແຫ່ງນີ້.
ເຮືອກຣູເຊີ ເຈດສະກີ (ທີ່ມີ 2 ບ່ອນນັ່ງ) : ດ້ວຍຄວາມແຮງ 110hp<
=> ກິດຈະກໍາການການຂີ່ແຜ່ນເວກເກີບອດ <=
ການຂີ່ແຜ່ນເວກເກີບອດ ແມ່ນ ກິລາ ທາງນໍ້າຊະນິດໜຶ່ງ ເຊຶ່ງແມ່ນການຂັບຂີ່ແຜ່ນເວກບອດ ຢູ່ເທິງໜ້ານໍ້າ. ແລະ ເຈດສະກີກໍໃຊ້ສໍາລັບ ການດຶງ ຜູ້ຂັບຂີ່ ເພື່ອສ້າງ ຄື່ນນ້ຳຂະໜາດໃຫຍ່. ສໍາລັບຜູ້ຂັບຂີ່ແຜ່ນເວີກເກີບອດ ແມ່ນໃຊ້ເວລາ 5-10 ນາທີ ແມ່ນພຽງພໍ. ເຖິງວ່າ ທ່ານຈະບໍ່ເຄີຍຢືນ ເທິງແຜ່ນເວກເຄີບອດ ຫຼື ສະກີນໍ້າ, ທ່ານບໍ່ຕ້ອງຢ້ານ ເພາະພວກເຮົາມີພະນັກງານ ແລະ ຫນ່ວຍກູ້ໄພ ໄວ້ຄ່ອຍຊ່ວຍທ່ານຢ່າງໃກ້ຊິດ.ຖ້າທ່ານແມ່ນເປັນຄົນມັກຄວາມທ້າທາຍ, ຄວາມຕື້ນເຕັ້ນ.ນີ້ອາດເປັນການເລືອກທີ່ດີທີ່ສຸດຂອງທ່ານ!!!!
=> ກິດຈະກໍາການພາຍເຮືອກາຢາກ <=
ທະເລສາບໜອງນໍ້າງື່ມ ເປັນສະຖານທີ່ທີ່ດີທີ່ສຸດ ສໍາລັບການຂີ່ເຮືອກາຢາກ ແລະ ການຄົ້ນຫາ ສິ່ງແວດລ້ອມ ທີ່ຢູ່ອ້ອມຮອບ ດ້ວຍ ຈັງຫວະທີ່ທ່ານເລືອກເອງ. ພາຍເຮືອຜ່ານບັນດາເກາະດອນຕ່າງໆ, ຮົ່ມເຢັນ ແລະ ຊຸ່ມຊຶ່ນ ໄປກັບ ບັນຍາກາດ ທີ່ ຫງຽບສະຫງົບ ແລະ ມີຄວາມສຸກສໍາລານເບີກບານມ່ວນຊຶ່ນກັບທັດສະນິຍະພາບທີ່ສວຍງາມທີ່ເຮັດໃຫ້ຈິດໃຈລ່ອງລອຍໄປກັບທຳມະຊາດ.
=> ກິດຈະກໍາການຂີ່ລົດຖີບ <=

ກະໂດດຂື້ນ ລົດຖີບຂອງທ່ານ ແລະ ມຸ້ງໜ້າສູ່ຂອບເຂດໃຫມ່ທີ່ກ້ວາງໄກ. ໂຮງແຮມຂອງພວກເຮົາໄດ້ມີລົດຖີບໃຫ້ບໍລິການທັງສຳຫຼັບຜູ້ໃຫຍ່ ແລະ ເດັກນ້ອຍເພື່ອໃຫ້ທ່ານໄດ້ສຳຫຼວດເສັ້ນທາງຂອງທ່ານເອງ ຕາມເສັ້ນທາງຕ່າງໆຂອງທະເລສາບໜອງນ້ຳງື່ມ. ເພີດເພີນ, ສູດອາກາດບໍລິສຸດ, ຟັງ ແລະ ສັງເກດ....ທຳມະຊາດທີ່ສວຍງາມກັບພື້ນທີ່ຂະໜາດນ້ອຍທີ່ເຕັມໄປດ້ວຍສີ່ງທີ່ໜ້າປະຫຼາດໃຈ.
No comments:
Post a Comment